1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 12 ໃນເວລາຄ່ຳ ພວກສິບສອງຄົນນັ້ນໄດ້ມາທູນພຣະອົງວ່າ, “ຂໍໃຫ້ປະຊາຊົນເລີກໄປຕາມບ້ານແລະເມືອງໃນແຖບນີ້ ເພື່ອຫາບ່ອນພັກນອນແລະຊື້ອາຫານກິນ ເພາະບ່ອນນີ້ຢູ່ກາງປ່າ.” \v 13 ແຕ່ພຣະອົງຊົງຕອບເຂົາວ່າ, “ພວກທ່ານຈົ່ງລ້ຽງເຂົາສາ!” ພວກສາວົກຈິ່ງທູນວ່າ, “ພວກຂ້ານ້ອຍບໍ່ມີຫຍັງນອກຈາກເຂົ້າຈີ່ຫ້າກ້ອນແລະປາສອງໂຕເທົ່ານັ້ນ ເວັ້ນແຕ່ພວກຂ້ານ້ອຍຈະໄປຊື້ອາຫານສຳລັບຄົນທັງໝົດນີ້.” \v 14 ເພາະວ່າຄົນເຫລົ່ານັ້ນມີຜູ້ຊາຍປະມານຫ້າພັນຄົນ ແລ້ວອົງຊົງສັ່ງພວກສາວົກວ່າ, “ຈົ່ງໃຫ້ຄົນທັງປວງນັ່ງລົງເປັນໝູ່ ໝູ່ລະຫ້າສິບຄົນ.” |