\v 45 ພຣະເຢຊູຊົງຖາມວ່າ, “ແມ່ນໃຜໄດ້ບາຍເຮົາ?” ເມື່ອຄົນທັງປວງໄດ້ຕອບປະຕິເສດ ເປໂຕ ໄດ້ທູນວ່າ, “ອາຈານເຈົ້າເອີຍ, ກໍແມ່ນປະຊາຊົນທີ່ກຳລັງກີດຂວາງແລະບຽດທ່ານຢູ່.” \v 46 ແຕ່ພຣະເຢຊູຊົງຕອບວ່າ, “ມີບາງຄົນໄດ້ບາຍເຮົາ ເພາະເຮົາຮູ້ສຶກວ່າລິດໄດ້ອອກຈາກເຮົາໄປ.”