lo_luk_text_ulb_l3/05/29.txt

1 line
1.4 KiB
Plaintext

\v 29 ແລ້ວເລ­ວີຈິ່ງໄດ້ຈັດໃຫ້ມີງານລ້ຽງອັນໃຫຍ່ຕ້ອນຮັບພຣະເຢຊູເຈົ້າໃນເຮືອນຂອງຕົນ. ມີຄົນເກັບພາ­ສີຈຳນວນຫລາຍທີ່ຢູ່ທີ່ນັ້ນ ແລະຄົນອື່ນໆ ໄດ້ເຂົ້າຮ່ວມນັ່ງທີ່ໂຕະແລະຮັບປະທານອາຫານນຳພຣະອົງ. \v 30 ແຕ່ພວກຟາ­ຣີ­ຊາຍແລະພວກທຳມາຈານກຳລັງຈົ່ມຕິ­ຕຽນພວກສິດຂອງພຣະ­ອົງ, ພວກເຂົາເວົ້າວ່າ, “ເປັນຫຍັງພວກເຈົ້າຈິ່ງກິນແລະດື່ມດ້ວຍກັນກັບພວກເກັບພາສີແລະພວກຄົນບາບອື່ນໆ?” \v 31 ພຣະ­ເຢຊູເຈົ້າຊົງຕອບເຂົາວ່າ, “ຄົນທີ່ມີສຸຂະພາບດີບໍ່ຕ້ອງ­ການຫມໍຮັກສາ ມີແຕ່ຄົນປ່ວຍເທົ່ານັ້ນທີ່ຕ້ອງ­ການຫມໍ. \v 32 ເຮົາບໍ່ໄດ້ມາເພື່ອຈະເອີ້ນເອົາຄົນສິນທຳໃຫ້ກັບໃຈ ແຕ່ມາເອີ້ນເອົາຄົນບາບໃຫ້ກັບໃຈ.”