lo_luk_text_ulb_l3/05/18.txt

1 line
999 B
Plaintext

\v 18 ມີຜູ້ຊາຍບາງຄົນໄດ້ຫາມຄົນເປັ້ຍຜູ້ຫນຶ່ງນອນຢູ່ເທິງບ່ອນນອນນັ້ນມາຫາພຣະອົງ, ພວກເຂົາພະ­ຍາ­ຍາມຫາທາງທີ່ຈະຫາມຄົນເປັ້ຍນັ້ນເຂົ້າມາດ້ານໃນ ເພື່ອວາງຕໍ່ພຣະ­ພັກຂອງພຣະເຢຊູເຈົ້າ. \v 19 ພວກເຂົາບໍ່ສາມາດຫາທາງເຂົ້າໄປໄດ້ເພາະມີຝູງຄົນບຽດກັນແຫນ້ນຫນາໄປຫມົດ ດັ່ງນັ້ນພວກເຂົາຈິ່ງຂຶ້ນຫລັງ­ຄາເຮືອນ ແລ້ວຢ່ອນຄົນເປັ້ຍກັບທັງບ່ອນນອນລົງມາຕໍ່ພຣະ­ພັກພຣະ­ເຢຊູເຈົ້າທ່າມກາງຝູງຄົນທັງຫລາຍ.