lo_luk_text_ulb_l3/04/25.txt

1 line
1.2 KiB
Plaintext

\v 25 ແຕ່ເຮົາບອກຄວາມຈິງແກ່ພວກທ່ານວ່າ ໃນຄາວເອ­ລີ­ຢາ ມີແມ່­ຫມ້າຍຫລາຍຄົນໃນແຜ່ນດິນອິ­ດສະຣາເອນ ຂະນະທີ່ຊົງອັດທ້ອງ­ຟ້າເປັນເວລາສາມປີຫົກເດືອນແລະກໍເກີດການອຶດຢາກຢ່າງຫນັກທົ່ວແຜ່ນ­ດິນ. \v 26 ແຕ່ເອ­ລີ­ຢາກໍບໍ່ໄດ້ຖືກສົ່ງໄປຫາຜູ້ໃດ ຍົກເວັ້ນແຕ່ແມ່­ຫມ້າຍຄົນຫນຶ່ງໃນເມືອງຊາເຣ­ຟັດແຂວງຊີໂດນທີ່ອາໃສຢູ່ທີ່ນັ້ນ. \v 27 ແລະມີຄົນຂີ້­ທູດຫລາຍຄົນໃນແຜ່ນດິນອິດ­ສະຣາເອນໃນຄາວຂອງເອ­ລີ­ຊາຜູ້ປະ­ກາດພຣະ­ທຳ, ແຕ່ບໍ່ມີຄົນໃດໄດ້ຮັບການຊົງຊຳລະໃຫ້ດີສະ­ອາດ ຍົກເວັ້ນແຕ່ ນາ­ອາ­ມານ ຊາວຊີເຣຍ.”