lo_luk_text_ulb_l3/02/22.txt

1 line
1.2 KiB
Plaintext

\v 22 ເມື່ອເຖິງເວ­ລາທີ່ຈະທຳພິ­ທີຊຳ­ລະຕົວໃຫ້ສະ­ອາດຕາມພຣະບັນຍັດຂອງໂມເຊແລ້ວ ໂຢເຊັບກັບມາຣີອາໄດ້ນຳພຣະອົງໄປຍັງພຣະວິຫານໃນນະຄອນເຢ­ຣູ­ຊາ­ເລັມ ເພື່ອຖວາຍແດ່ອົງພຣະ­ຜູ້ເປັນ­ເຈົ້າ. \v 23 (ຕາມທີ່ຂຽນໄວ້ແລ້ວໃນພຣະ­ບັນ­ຍັດຂອງອົງພຣະຜູ້­ເປັນ­ເຈົ້າວ່າ, “ລູກຊາຍກົກທຸກຄົນທີ່ເກີດຈາກທ້ອງແມ່ ຈະຕ້ອງມອບຖວາຍແດ່ອົງພຣະ­ຜູ້­ເປັນ­ເຈົ້າ.”) \v 24 ດັ່ງນັ້ນ ພວກເຂົາຈິ່ງຖວາຍເຄື່ອງບູ­ຊາຕາມທີ່ຊົງກ່າວໄວ້ແລ້ວໃນພຣະ­ບັນ­ຍັດຂອງອົງພຣະຜູ້­ເປັນເຈົ້າ ຄື “ນົກເຂົາຄູ່ຫນຶ່ງຫລືນົກ­ກາງ­ແກຫນຸ່ມສອງໂຕ.”