1 line
1001 B
Plaintext
1 line
1001 B
Plaintext
\v 5 ໃນລາຊະການຂອງເຮໂຣດກະສັດເມືອງຢູດາຍ ມີປະໂລຫິດຕົນຫນຶ່ງຊື່ເຊກາຣີຢາ ຈາກກອງອາບີຢາ ແລະພັນລະຍາຂອງເຊກາຣີຢາຢູ່ໃນເຊື້ອສາຍອາໂຣນ ນາງຊື່ເອລີຊາເບັດ. \v 6 ພວກເຂົາທັງສອງເປັນຄົນຊອບທຳຕໍ່ພຣະພັກພຣະເຈົ້າ. ທັງສອງເຊື່ອຟັງຕາມຄຳສັ່ງແລະຂໍ້ບັນຍັດທັງຫລາຍຂອງອົງພຣະຜູ້ເປັນເຈົ້າທຸກປະການ. \v 7 ເພາະເອລີຊາເບັດເປັນຍິງຫມັນ ແລະເຂົາທັງສອງກໍແກ່ຊະລາຫຼາຍແລ້ວໃນເວລານັ້ນ. |