lo_luk_text_ulb_l3/05/01.txt

1 line
1.3 KiB
Plaintext

\c 5 \v 1 ບັດນີ້ສິ່ງທີ່ເກີດຂື້ນເມື່ອປະ­ຊາ­ຊົນກຳ­ລັງບຸບຽດພຣະເຢຊູເຈົ້າແລະຟັງພຣະ­ທຳຂອງພຣະ­ເຈົ້າ, ພຣະ­ເຢຊູເຈົ້າຊົງຢືນຢູ່ແຄມທະ­ເລສາບເຄັນ­ເນ­ຊາ­ເຣັດ. \v 2 ພຣະອົງຊົງເຫັນເຮືອສອງລຳກຳລັງຖືກລາກຂື້ນມາຮີມຝັ່ງທະ­ເລ­ສາບນັ້ນ. ພວກຄົນຫາປາໄດ້ອອກໄປຈາກເຮືອ ແລະເຂົາກຳ­ລັງລ້າງມອງຂອງພວກເຂົາ. \v 3 ພຣະເຢຊູຈິ່ງໄດ້ສະ­ເດັດເຂົ້າໄປໃນເຮືອລຳຫນຶ່ງ ຄືເຮືອຂອງຊີ­ໂມນແລ້ວ ພຣະອົງຂໍໃຫ້ເຂົາຖອຍເຮືອອອກໄປໃນທະເລສາບໂດຍຫ່າງອອກໄປຈາກຝັ່ງຫນ້ອຍຫນຶ່ງ ແລ້ວພຣະອົງຈິ່ງປະ­ທັບລົງແລະສັ່ງ­ສອນປະ­ຊາ­ຊົນຈາກເຮືອລຳນັ້ນ.