lo_luk_text_ulb_l3/09/37.txt

1 line
1.3 KiB
Plaintext

\v 37 ວັນຕໍ່ມາ, ເມື່ອພຣະ­ເຢຊູເຈົ້າພ້ອມກັບພວກສາ­ວົກລົງມາຈາກພູເຂົາແລ້ວ ມີປະ­ຊາ­ຊົນຈຳ­ນວນຫລາຍໄດ້ມາພົບພຣະ­ອົງ. \v 38 ດັ່ງ­ນີ້, ມີຊາຍຄົນຫນຶ່ງໃນຫມູ່ປະ­ຊາຊົນນັ້ນຮ້ອງຂຶ້ນວ່າ, “ອາ­ຈານເອີຍ, ຂໍໂຜດເບິ່ງລູກຊາຍຂ້າ­ນ້ອຍແດ່­ທ້ອນ ເພາະຂ້ານ້ອຍມີແຕ່ລູກຄົນດຽວ. \v 39 ເບິ່ງແມ, ເມື່ອຜີຮ້າຍເຂົ້າສິງເດັກ­ນ້ອຍ ມັນກໍຮ້ອງຂຶ້ນທັນ­ທີ, ເຮັດໃຫ້ເດັກ­ນ້ອຍຊັກດີ້ນ, ນ້ຳລາຍຟູມປາກ, ແລະໃຫ້ຕົວເດັກ­ນ້ອຍຟົກຊ້ຳໄປ ແລະບໍ່ຍອມອອກໄປຈາກມັນໄດ້ງ່າຍໆ. \v 40 ຂ້າ­ນ້ອຍໄດ້ຂໍໃຫ້ພວກສາ­ວົກຂອງທ່ານຂັບໄລ່ຜີນັ້ນອອກເສຍ ແຕ່ເຂົາເຮັດບໍ່ໄດ້.”