1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 21 ໃນເວລານັ້ນ ພຣະອົງໄດ້ຊົງໂຜດໃຫ້ຫລາຍຄົນດີພະຍາດໂລຄາຕ່າງ ແລະຄວາມທຸກຍາກຕ່າງໆ ແລະພົ້ນຈາກວິນຍານຜີຮ້າຍ ແລະພຣະອົງຮັກສາຄົນຕາບອດຫລາຍຄົນໃຫ້ເຫັນຮຸ່ງ, \v 22 ແລ້ວພຣະອົງຊົງຕອບສິດທັງສອງນັ້ນວ່າ, “ຈົ່ງໄປແຈ້ງແກ່ໂຢຮັນ ຕາມທີ່ທ່ານໄດ້ເຫັນແລະໄດ້ຍິນ ຄືວ່າຄົນຕາບອດກໍເຫັນຮຸ່ງ, ຄົນຂາເສັ້ງກໍຍ່າງເປັນປົກກະຕິ, ຄົນຂີ້ທູດກໍດີສະອາດ, ຄົນຫູໜວກກໍໄດ້ຍິນ, ຄົນຕາຍແລ້ວກໍເປັນຄືນມາ, ແລະຂ່າວປະເສີດກໍປະກາດແກ່ຄົນອະນາຖາ. \v 23 ບຸກຄົນໃດບໍ່ສະດຸດສົງໃສໃນເຮົາ ເນື່ອງຈາກສິ່ງທີ່ເຮົາກະທຳຜູ້ນັ້ນກໍເປັນສຸກ.” |