lo_luk_text_ulb_l3/07/41.txt

1 line
1.2 KiB
Plaintext

\v 41 ພຣະເຢຊູເຈົ້າຊົງກ່າວວ່າ, “ເຈົ້າຫນີ້ຜູ້ຫນຶ່ງມີລູກຫນີ້ສອງຄົນ. ຄົນຫນຶ່ງເປັນຫນີ້ເງິນຫ້າຮ້ອຍຫລຽນເດ­ນາ­ຣິ­ອົນ ແລະອີກຄົນຫນຶ່ງເປັນຫນີ້ຫ້າສິບຫລຽນເດນາຣິອົນ. \v 42 ເນື່ອງຈາກພວກເຂົາບໍ່ມີອັນໃດຈະໃຊ້ຫນີ້ແລ້ວ ເຈົ້າຫນີ້ຈິ່ງໂຜດຍົກຫນີ້ໃຫ້ເຂົາທັງສອງ. ໃນສອງຄົນນັ້ນຄົນໃດຈະຮັກເຈົ້າຫນີ້ຫລາຍກວ່າກັນ.” \v 43 ຊີ­ໂມນທູນຕອບວ່າ, “ຂ້າ­ນ້ອຍຄຶດວ່ານ່າຈະເປັນຄົນທີ່ເຈົ້າຫນີ້ຍົກຫນີ້ໃຫ້ຫລາຍນັ້ນເປັນຜູ້ຮັກຫລາຍທີ່ສຸດ” ພຣະ­ເຢຊູເຈົ້າຊົງຕອບວ່າ, “ທ່ານຄຶດຖືກແລ້ວ.”