lo_luk_text_ulb_l3/06/06.txt

1 line
1.2 KiB
Plaintext

\v 6 ໃນວັນຊະ­ບາ­ໂຕອີກວັນຫນຶ່ງ ພຣະ­ອົງໄດ້ສະເດັດເຂົ້າໄປໃນໂຮງທຳມະສາລາ ແລະສັ່ງ­ສອນປະຊາຊົນທີ່ນັ້ນ. ມີຊາຍຄົນຫນຶ່ງທີ່ມີມືເບື້ອງຂວາລີບຢູ່ທີ່ນັ້ນ. \v 7 ພວກທຳມະຈານແລະພວກຟາ­ຣີຊາຍຊອມເບິ່ງວ່າ ພຣະ­ອົງຈະຊົງຮັກສາໃຜໃຫ້ດີໃນວັນຊະ­ບາ­ໂຕຫລືບໍ່ ເພື່ອທີ່ເຂົາຈະຫາເຫດຟ້ອງພຣະ­ອົງໃນການເຮັດຜິດ. \v 8 ແຕ່ພຣະ­ອົງຊົງຊາບຄວາມຄຶດຂອງຄົນເຫລົ່ານັ້ນ ຈິ່ງຊົງບອກຄົນມືລີບນັ້ນວ່າ, “ລຸກ­ຂຶ້ນແລະມາຢືນຢູ່ເຄິ່ງກາງຂອງທຸກຄົນ” ດັ່ງນັ້ນ ລາວຈິ່ງລຸກຂຶ້ນແລະຢືນຢູ່ທີ່ນັ້ນ.