\c 6 \v 1 ເມື່ອເຖີງວັນຊະບາໂຕ ໃນຂະນະທີ່ພຣະເຢຊູເຈົ້າສະເດັດຜ່ານທົ່ງນາໄປ, ພວກສາວົກຂອງພຣະອົງໄດ້ເດັດເອົາຮວງເຂົ້າ ແລະຍ່ອງໃສ່ຝາມື ແລະກິນເມັດເຂົ້ານັ້ນ. \v 2 ແຕ່ພວກຟາຣີຊາຍບາງຄົນທູນຖາມວ່າ, “ເປັນຫຍັງພວກທ່ານຈິ່ງຜິດຕໍ່ກົດພຣະບັນຍັດໃນວັນຊະບາໂຕ?”