lo_luk_text_ulb_l3/07/21.txt

1 line
1.3 KiB
Plaintext

\v 21 ໃນເວ­ລານັ້ນ ພຣະ­ອົງໄດ້ຊົງໂຜດໃຫ້ຫລາຍຄົນດີພະ­ຍາດໂລຄາຕ່າງ ແລະຄວາມທຸກຍາກຕ່າງໆ ແລະພົ້ນຈາກວິນຍານຜີຮ້າຍ ແລະພຣະອົງຮັກສາຄົນຕາ­ບອດຫລາຍຄົນໃຫ້ເຫັນ­ຮຸ່ງ, \v 22 ແລ້ວພຣະ­ອົງຊົງຕອບສິດທັງສອງນັ້ນວ່າ, “ຈົ່ງໄປແຈ້ງແກ່ໂຢ­ຮັນ ຕາມທີ່ທ່ານໄດ້ເຫັນແລະໄດ້ຍິນ ຄືວ່າຄົນຕາ­ບອດກໍເຫັນຮຸ່ງ, ຄົນຂາເສັ້ງກໍຍ່າງເປັນປົກ­ກະ­ຕິ, ຄົນຂີ້­ທູດກໍດີສະ­ອາດ, ຄົນຫູ­ໜວກກໍໄດ້ຍິນ, ຄົນຕາຍແລ້ວກໍເປັນຄືນມາ, ແລະຂ່າວປະ­ເສີດກໍປະ­ກາດແກ່ຄົນອະ­ນາ­ຖາ. \v 23 ບຸກ­ຄົນໃດບໍ່ສະດຸດສົງໃສໃນເຮົາ ເນື່ອງຈາກສິ່ງທີ່ເຮົາກະທຳຜູ້ນັ້ນກໍເປັນສຸກ.”