lo_luk_text_ulb_l3/07/11.txt

1 line
1.7 KiB
Plaintext

\v 11 ຫລັງຈາກນັ້ນໜ້ອຍໜຶ່ງ ພຣະ­ອົງກໍສະ­ເດັດໄປຍັງເມືອງໜຶ່ງຊື່ນາ­ອິນ, ພວກສາ­ວົກຂອງພຣະ­ອົງ ພ້ອມກັບປະ­ຊາ­ຊົນຫລວງຫລາຍໄດ້ຕາມພຣະ­ອົງໄປ. \v 12 ເມື່ອສະ­ເດັດມາໃກ້ປະ­ຕູເມືອງແລ້ວ, ເບິ່ງແມ, ມີຄົນກຳ­ລັງຫາມສົບຊາຍໜຸ່ມຜູ້ໜຶ່ງອອກມາ ລາວເປັນລູກຊາຍຄົນດຽວຂອງແມ່ ເຊິ່ງນາງກໍເປັນແມ່­ໝ້າຍ, ແລະມີຊາວເມືອງຫລາຍສົມ­ຄວນອອກມານຳຍິງນັ້ນ. \v 13 ເມື່ອຊົງເຫັນຍິງນັ້ນ ພຣະ­ອົງກໍຊົງເມດຕາແລ້ວຊົງກ່າວວ່າ, “ຢ່າຮ້ອງ­ໄຫ້.” \v 14 ແລ້ວພຣະ­ອົງສະ­ເດັດເຂົ້າໄປໃກ້ແລະບາຍຂອບໂລງທີ່ພວກເຂົາໃສ່ສົບໄວ້ ແລະຄົນທີ່ຫາມສົບນັ້ນກໍຢຸດຢືນຢູ່ ພຣະ­ອົງຈິ່ງຊົງສັ່ງວ່າ, “ຊາຍໜຸ່ມເອີຍ, ເຮົາສັ່ງເຈົ້າວ່າ ຈົ່ງລຸກຂຶ້ນ.” \v 15 ແລ້ວຄົນທີ່ຕາຍນັ້ນ ກໍລຸກ­ຂຶ້ນນັ່ງແລະຕັ້ງ­ຕົ້ນເວົ້າ ແລ້ວພຣະ­ເຢຊູຈິ່ງຊົງມອບຊາຍນັ້ນໃຫ້ແມ່ຂອງລາວ.