lo_luk_text_ulb_l3/07/06.txt

1 line
1.7 KiB
Plaintext

\v 6 ດັ່ງນັ້ນ ພຣະ­ເຢຊູຈິ່ງສະ­ເດັດໄປກັບເຂົາ ແຕ່ເມື່ອພຣະອົງໃກ້ຈະເຖິງບ້ານຂອງນາຍຮ້ອຍແລ້ວ, ນາຍ­ຮ້ອຍທະ­ຫານໄດ້ໃຊ້ໝູ່ສະຫາຍໄປຫາພຣະ­ອົງທູນວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍຢ່າໄດ້ລຳບາກທ້ອນ ເພາະ­ວ່າຂ້າ­ນ້ອຍເປັນຄົນບໍ່ສົມ­ຄວນທີ່ຈະໃຫ້ທ່ານເຂົ້າໄປລຸ່ມຫລັງ­ຄາເຮືອນຂອງຂ້າ­ນ້ອຍ. \v 7 ເພາະເຫດນັ້ນຂ້ານ້ອຍຈິ່ງຖືວ່າເປັນຜູ້ບໍ່ສົມ­ຄວນທີ່ຈະໄປຫາພຣະອົງ, ແຕ່ຂໍພຣະອົງພຽງແຕ່ກ່າວຄຳດຽວ ແລະຄົນໃຊ້ຂອງຂ້າ­ນ້ອຍຄົງຈະດີພະ­ຍາດ. \v 8 ເພາະຂ້າ­ນ້ອຍເປັນຄົນທີ່­ຢູ່ໃຕ້ວິ­ໄນທະ­ຫານ ແລະຂ້ານ້ອຍຍັງມີທະ­ຫານຢູ່ໃຕ້ບັງ­ຄັບບັນ­ຊາຂອງຂ້າ­ນ້ອຍອີກ. ຄືຂ້ານ້ອຍສັ່ງຄົນນີ້ວ່າ ‘ໄປ’ ມັນກໍໄປ ສັ່ງອີກຄົນໜຶ່ງວ່າ ‘ມາ’ ມັນກໍມາ ແລະບອກແກ່ຂ້ອຍໃຊ້ຂອງຂ້າ­ນ້ອຍວ່າ ‘ຈົ່ງເຮັດສິ່ງນີ້’ ມັນກໍເຮັດ.”