lo_luk_text_ulb_l3/07/02.txt

1 line
1.2 KiB
Plaintext

\v 2 ມີຂ້ອຍໃຊ້ຂອງນາຍທະ­ຫານຄົນໜຶ່ງທີ່ນາຍຮັກຫລາຍ ກຳລັງປ່ວຍຢູ່ແລະໃກ້ຈະຕາຍແລ້ວ. \v 3 ເມື່ອນາຍ­ຮ້ອຍໄດ້ຍິນກ່ຽວກັບພຣະເຢຊູ ນາຍຮ້ອຍໄດ້ສົ່ງເຖົ້າແກ່ບາງຄົນຂອງພວກຢິວ ເພື່ອເຊີນພຣະ­ອົງສະ­ເດັດມາໂຜດຂ້ອຍໃຊ້ຂອງຕົນບໍ່ຕາຍ. \v 4 ເມື່ອຄົນເຫລົ່າ­ນັ້ນມາເຖິງພຣະ­ເຢຊູແລ້ວ ເຂົາກໍອ້ອນ­ວອນພຣະ­ອົງດ້ວຍໃຈ­ຮ້ອນຮົນວ່າ, “ນາຍ­ຮ້ອຍຜູ້ນັ້ນສົມ­ຄວນທີ່ຈະເຮັດການນີ້ໃຫ້ເພິ່ນ. \v 5 ເພາະ­ວ່າເພິ່ນຮັກປະ­ເທດຊາດຂອງເຮົາ ແລະແມ່ນຜູ້ນີ້ແຫລະ, ໄດ້ສ້າງໂຮງທຳມະເທດສະ­ໜາໃຫ້ແກ່ພວກເຮົາ.”