lo_luk_text_ulb_l3/06/46.txt

1 line
1.1 KiB
Plaintext

\v 46 “ເຫດສັນ­ໃດທ່ານທັງ­ຫລາຍຈິ່ງເອີ້ນເຮົາວ່າ, ‘ອົງພຣະຜູ້ເປັນເຈົ້າ ອົງພຣະຜູ້ເປັນເຈົ້າ’ ແຕ່ທ່ານບໍ່ໄດ້ເຮັດຕາມສິ່ງທີ່ເຮົາບອກນັ້ນ. \v 47 ທຸກຄົນທີ່ມາຫາເຮົາ ແລະຟັງຄຳຂອງເຮົາ ແລະປະ­ຕິ­ບັດຕາມເຮົາ, ເຮົາຈະ­ແຈ້ງໃຫ້ທ່ານຮູ້ວ່າຄົນນັ້ນປຽບເໝືອນຜູ້ໃດ. \v 48 ກໍປຽບເໝືອນຄົນຜູ້ໜຶ່ງທີ່ກໍ່­ສ້າງເຮືອນ ຜູ້ນັ້ນຂຸດດິນລົງເລິກແລ້ວຕັ້ງຮາກເທິງດານຫີນ ແລະເມື່ອນ້ຳມາຖ້ວມແລ້ວກະແສນ້ຳໄຫລທັ່ງໃສ່ ແຕ່ບໍ່ອາດຈະເຮັດໃຫ້ເຮືອນນັ້ນຫວັ່ນ­ໄຫວ ເພາະ­ວ່າໄດ້ສ້າງດີແລ້ວ.