lo_luk_text_ulb_l3/06/31.txt

1 line
1.3 KiB
Plaintext

\v 31 ທ່ານຈົ່ງປະຕິບັດຕໍ່ຄົນທັງປວງເໝືອນຢ່າງທ່ານຢາກໃຫ້ເຂົາປະຕິບັດຕໍ່ທ່ານ. \v 32 ຖ້າທ່ານຮັກຄົນທັງ­ຫລາຍທີ່ຮັກທ່ານ ທ່ານຈະໄດ້ຮັບການຍົກຍ້ອງຫລື? ເພາະເຖິງແມ່ນຄົນບາບກໍຍັງຮັກຄົນທີ່ຮັກເຂົາເໝືອນກັນ. \v 33 ຖ້າທ່ານເຮັດດີກັນກັບຄົນທີ່ເຮັດດີຕໍ່ທ່ານ ຈະຊົງນັບວ່າເປັນຄຸນອັນໃດແກ່ທ່ານ? ເພາະຄົນບາບກໍຍັງເຮັດຢ່າງດຽວກັນ. \v 34 ຖ້າທ່ານທັງຫລາຍໃຫ້ຢືມແກ່ຜູ້ທີ່ທ່ານຫວັງວ່າຈະໄດ້ຮັບຄືນ ທ່ານຈະຊົງນັບວ່າເປັນຄຸນອັນໃດແກ່ທ່ານ? ແມ່ນແຕ່ຄົນບາບກໍຍັງໃຫ້ຄົນບາບຢືມໂດຍຫວັງວ່າຈະໄດ້ຮັບຄືນກັບມາເຕັມຈຳນວນ.