lo_luk_text_ulb_l3/06/06.txt

1 line
1.1 KiB
Plaintext

\v 6 ໃນວັນຊະ­ບາ­ໂຕອີກວັນໜຶ່ງ ພຣະ­ອົງໄດ້ສະເດັດເຂົ້າໄປໃນໂຮງທຳມະເທດສະ­ໜາ ແລະສັ່ງ­ສອນປະຊາຊົນທີ່ນັ້ນ. ມີຊາຍຄົນຜູ້ໜຶ່ງມືເບື້ອງຂວາລີບຢູ່ທີ່ນັ້ນ. \v 7 ພວກນັກ­ທຳແລະພວກຟາ­ຣີຊາຍຊອມເບິ່ງວ່າ ພຣະ­ອົງຈະຊົງໂຜດໃຫ້ດີໃນວັນຊະ­ບາ­ໂຕຫລື ເພື່ອທີ່ເຂົາຈະຫາເຫດຟ້ອງພຣະ­ອົງໃນການເຮັດຜິດ. \v 8 ແຕ່ພຣະ­ອົງຊົງຊາບຄວາມຄຶດຂອງຄົນເຫລົ່ານັ້ນ ຈິ່ງຊົງບອກຄົນມືລີບນັ້ນວ່າ, “ລຸກ­ຂຶ້ນແລະມາຢືນຢູ່ເຄິ່ງກາງຂອງທຸກຄົນ” ດັ່ງນັ້ນ ລາວຈິ່ງລຸກຂຶ້ນແລະຢືນຢູ່ທີ່ນັ້ນ.