lo_luk_text_ulb_l3/05/37.txt

1 line
895 B
Plaintext

\v 37 ແລະບໍ່ມີຜູ້ໃດເອົາເຫລົ້າແວງໃໝ່ມາໃສ່ໄວ້ໃນຖົງໜັງເກົ່າ. ຖ້າເຮັດດັ່ງ­ນັ້ນເຫລົ້າແວງໃໝ່ຈະເຮັດໃຫ້ຖົງໜັງນັ້ນຂາດໄປ, ເຫລົ້າແວງຈະໄຫລອອກ, ແລ້ວຖົງໜັງກໍຈະເສຍໄປໃຊ້ບໍ່ໄດ້. \v 38 ແຕ່ເຫລົ້າແວງໃໝ່ຕ້ອງໃສ່ໄວ້ໃນຖົງໜັງໃໝ່. \v 39 ແລະບໍ່ມີຜູ້ໃດເມື່ອກິນເຫລົ້າແວງເກົ່າແລ້ວ ຈະຢາກໄດ້ເຫລົ້າແວງໃໝ່ ເພາະເພິ່ນຍ່ອມເວົ້າວ່າ ‘ອັນເກົ່ານັ້ນແຫລະດີກວ່າ’.”