lo_luk_text_ulb_l3/05/18.txt

1 line
933 B
Plaintext

\v 18 ມີຜູ້ຊາຍບາງຄົນໄດ້ຫາມຄົນເປ້ຍຜູ້ໜຶ່ງນອນເທິງບ່ອນນອນນັ້ນມາຫາພຣະອົງ, ພວກເຂົາພະ­ຍາ­ຍາມຫາທາງທີ່ຈະຫາມຄົນເປ້ຍນັ້ນເຂົ້າມາດ້ານໃນ ເພື່ອວາງຕໍ່ພຣະ­ພັກຂອງພຣະເຢຊູ. \v 19 ເມື່ອພວກເຂົາຫາທາງເຂົ້າບໍ່ໄດ້ເພາະມີຝູງຄົນບຽດກັນແໜ້ນໜາໄປໝົດ ດັ່ງນັ້ນພວກເຂົາຈິ່ງຂຶ້ນຫລັງ­ຄາເຮືອນ ແລ້ວຢ່ອນຄົນເປ້ຍກັບທັງບ່ອນນອນລົງມາຕໍ່ພຣະ­ພັກພຣະ­ເຢຊູຖ່າມກາງຝູງຄົນທັງຫລາຍ.