lo_luk_text_ulb_l3/05/04.txt

1 line
1.3 KiB
Plaintext

\v 4 ເມື່ອພຣະອົງຊົງສັ່ງສອນສຳເລັດແລ້ວ, ພຣະ­ອົງຊົງກ່າວຕໍ່ຊີໂມນວ່າ, “ຈົ່ງພາຍເຮືອອອກໄປບ່ອນນໍ້າເລິກ ແລະຢ່ອນມອງຂອງພວກທ່ານລົງຈັບປາ.” \v 5 ຊີ­ໂມນທູນຕອບວ່າ, “ອາ­ຈານເຈົ້າເອີຍ, ພວກຂ້າ­ນ້ອຍໄດ້ຫາຈົນອິດ­ເມື່ອຍໝົດຄືນແລະຈັບປາບໍ່ໄດ້ເລີຍ ແຕ່ເພາະພຣະອົງສັ່ງຂ້າ­ນ້ອຍຈະຢ່ອນມອງລົງໄປຈັບປາ.” \v 6 ເມື່ອພວກເຂົາຢ່ອນລົງແລ້ວ ພວກເຂົາຈັບປາໄດ້ຈຳນວນຫລາຍ ຈົນມອງຂອງເຂົາພວມຈະຂາດ. \v 7 ດັ່ງນັ້ນພວກເຂົາຈິ່ງກວັກມືເອົາໝູ່ທີ່­ຢູ່ເຮືອລຳອື່ນໃຫ້ມາຊ່ອຍ. ເມື່ອເຂົາມາຊ່ອຍແລະເຮືອທັງສອງລຳຂອງພວກເຂົາກໍເຕັມຈົນເຮືອເກືອບຫລົ້ມ.