lo_luk_text_ulb_l3/01/64.txt

1 line
1.0 KiB
Plaintext

\v 64 ທັນ­ໃດນັ້ນ ປາກຂອງເຊຂາຣີຢາກໍເປີດອອກ ແລະລີ້ນຂອງລາວກໍອ່ອນ. ເພິ່ນເວົ້າໄດ້ແລະກ່າວສັນ­ລະເສີນພຣະ­ເຈົ້າ. \v 65 ແລະທຸກຄົນຢູ່ອ້ອມຮອບເພິ່ນເກີດຄວາມຢ້ານກົວ ເລື່ອງທີ່ເກີດຂຶ້ນທັງຫມົດນີ້ກໍຖືກຊ່າລືໄປທົ່ວເນີນພູເຂດແດນຂອງຢູດາຍ. \v 66 ແລະທຸກຄົນທີ່ໄດ້ຍິນກໍເກັບເລື່ອງນີ້ໄວ້ໃນໃຈ ຕ່າງຖາມກັນວ່າ, “ເດັກນ້ອຍນັ້ນຈະເຕີບໂຕເປັນຢ່າງໃດຕໍ່ໄປ?” ເພາະພຣະ­ຫັດຂອງອົງພຣະ­ຜູ້­ເປັນ­ເຈົ້າກໍສະ­ຖິດຢູ່ກເຂົາ.