lo_luk_text_ulb_l3/01/42.txt

1 line
1.2 KiB
Plaintext

\v 42 ນາງຈິ່ງຮ້ອງຂຶ້ນດ້ວຍສຽງອັນດັງວ່າ, “ນາງຜູ້ໄດ້ຮັບພຣະພອນຫລາຍທີ່ສຸດໃນທ່າມກາງພວກຜູ້­ຍິງທັງປວງ ແລະລູກໃນທ້ອງຂອງນາງກໍໄດ້ຮັບພຣະພອນດ້ວຍ. \v 43 ແລະເຫດສັນ­ໃດຂ້ານ້ອຍຈິ່ງໄດ້ຮັບຄວາມເມດຕາຢ່າງນີ້ ຄືມານດາຂອງອົງພຣະຜູ້ເປັນ­ເຈົ້າຂອງຂ້ານ້ອຍໄດ້ມາຫາຂ້າ­ນ້ອຍ? \v 44 ເບິ່ງແມ! ພໍສຽງທັກທາຍຂອງນາງເຂົ້າຫູຂ້າ­ນ້ອຍ ລູກໃນທ້ອງຂອງຂ້າ­ນ້ອຍໄດ້ດີ້ນດ້ວຍຄວາມຍິນ­ດີ. \v 45 ແລະຜູ້ທີ່ໄດ້ຮັບພຣະພອນຄືຜູ້ທີ່ເຊື່ອວ່າສິ່ງເຫຼົ່ານີ້ຈະສຳ­ເລັດຕາມທີ່ອົງພຣະ­ຜູ້­ເປັນ­ເຈົ້າໄດ້ບອກກັບເຈົ້າ.”