lo_luk_text_ulb_l3/01/30.txt

1 line
1.2 KiB
Plaintext

\v 30 ທ­ູດສະຫວັນໄດ້ກ່າວກັບນາງວ່າ, “ຢ່າຊູ່ຢ້ານເລີຍ, ເພາະ­ວ່າເຈົ້າເປັນທີ່ຊົງພຣະ­ກະ­ລຸ­ນາຈາກອົງພຣະຜູ້ເປັນເຈົ້າແລ້ວ. \v 31 ເບິ່ງແມ! ເຈົ້າຈະມີທ້ອງແລະປະ­ສູດບຸດຊາຍ ຈົ່ງຕັ້ງຊື່ບຸດນັ້ນວ່າ 'ເຢຊູ'. \v 32 ບຸດນັ້ນຈະໄດ້ເປັນໃຫຍ່ແລະໄດ້ຊົງເອີ້ນວ່າພຣະບຸດຂອງຜູ້ສູງສຸດ. ອົງພຣະ­ຜູ້­ເປັນ­ເຈົ້າຊົງປະ­ທານພຣະ­ບັນລັງແຫ່ງກະສັດດາວິດ ຜູ້ເປັນບັນ­ພະ­ບຸ­ລຸດຂອງທ່ານໃຫ້ແກ່ພຣະອົງ. \v 33 ພຣະອົງຈະປົກຄອງເຫນືອເຊື້ອ­ສາຍຂອງຢາໂຄບສືບ ໄປເປັນນິດ ແລະຣາ­ຊອາ­ນາ­ຈັກຂອງພຣະອົງຈະບໍ່ຮູ້ສິ້ນສຸດ.”