\v 39 ແລ້ວພຣະອົງຊົງກ່າວແກ່ເຂົາເປັນຄຳອຸປະມາວ່າ, “ຄົນຕາບອດຈະຈູງຄົນຕາບອດໄປບໍ່ໄດ້ຕີ້? ຖ້າເຂົາເຮັດແບບນັ້ນ ທັງສອງຈະບໍ່ຕົກໃນຂຸມ ບໍ່ແມ່ນຫລື? \v 40 ສິດບໍ່ຫ່ອນໃຫຍ່ກວ່າຄູ ແຕ່ສິດທຸກຄົນທີ່ຮັບການເຝິກສອນຄົບແລ້ວ ກໍຈະເປັນເໝືອນຄູຂອງພວກເຂົາ.