lo_luk_text_ulb_l3/02/25.txt

1 line
876 B
Plaintext

\v 25 ນີ້ແຫລະ, ມີຊາຍຄົນໜຶ່ງໃນກຸງເຢ­ຣູ­ຊາ­ເລັມຊື່ ຊິ­ເມ­ໂອນ ຊາຍຄົນນີ້ເປັນຄົນສິນທຳແລະຢຳເກງພຣະ­ເຈົ້າ ເພິ່ນໄດ້ຄອຍຖ້າຜູ້ທີ່ຈະບັນເທົາທຸກຂອງຄົນອິ­ສຣາ­ເອນ ແລະພຣະ­ວິນ­ຍານ­ບໍ­ລິ­ສຸດຊົງສະຖິດຢູ່ກັບເພິ່ນ. \v 26 ພຣະ­ວິນ­ຍານ­ບໍ­ລິ­ສຸດໄດ້ຊົງສະ­ແດງແກ່ເພິ່ນແລ້ວວ່າ, ເພິ່ນຈະບໍ່ຕາຍຈົນກວ່າຈະໄດ້ເຫັນພຣະ­ຄຣິດຜູ້ມາຈາກອົງພຣະ­ຜູ້­ເປັນ­ເຈົ້າ.