|
\c 4 \v 1 ຈາກນັ້ນ ພຣະເຢຊູຊົງເຕັມໄປດ້ວຍພຣະວິນຍານບໍລິສຸດ ໄດ້ສະເດັດກັບຈາກແມ່ນ້ຳຢໍແດນ ແລະພຣະວິນຍານໄດ້ຊົງນຳພຣະອົງໄປໃນປ່າ. \v 2 ທີ່ເຊິ່ງພຣະອົງຖືກພະຍາມານທົດລອງເປັນເວລາສີ່ສິບວັນ. ໃນວັນເວລານັ້ນພຣະອົງບໍ່ໄດ້ຮັບປະທານສິ່ງໃດ ເມື່ອເວລາແຫ່ງການທົດລອງສິ້ນສຸດ ພຣະອົງຊົງຢາກອາຫານ. |