lo_luk_text_ulb_l3/10/01.txt

1 line
973 B
Plaintext

\c 10 \v 1 ຫລັງຈາກ­ນັ້ນ ອົງພຣະ­ຜູ້­ເປັນ­ເຈົ້າໄດ້ຊົງຕັ້ງອີກເຈັດສິບຄົນ ແລະສົ່ງພວກເຂົາອອກໄປເປັນຄູ່ ໆ ລ່ວງຫນ້າາພຣະອົງເຂົ້າໄປໃນທຸກເມືອງແລະທຸກບ້ານບ່ອນພຣະ­ອົງຈະສະເດັດໄປນັ້ນ. \v 2 ພຣະ­ອົງຊົງກ່າວກັບເຂົາວ່າ, “ເຂົ້າທີ່ຈະກ່ຽວກໍມີຫລາຍແທ້, ແຕ່ຄົນທຳງານມັນຫນ້ອຍຢູ່. ເພາະສັນ­ນັ້ນພວກທ່ານຈົ່ງພາວັນ­ນາອະທິຖານຕໍ່ຜູ້ເປັນເຈົ້າຂອງນາ ໃຫ້ສົ່ງຄົນງານມາເກັບກ່ຽວເຂົ້າຂອງພຣະອົງ.