\v 12 ໃນເວລາຄ່ຳ ພວກສິບສອງຄົນນັ້ນໄດ້ມາທູນພຣະ­ອົງວ່າ, “ຂໍໃຫ້ປະ­ຊາ­ຊົນເລີກໄປຕາມບ້ານແລະເມືອງໃນແຖບນີ້ ເພື່ອຫາບ່ອນພັກນອນແລະຊື້ອາ­ຫານກິນ ເພາະບ່ອນນີ້ຢູ່ກາງປ່າ.” \v 13 ແຕ່ພຣະ­ອົງຊົງຕອບເຂົາວ່າ, “ພວກທ່ານຈົ່ງລ້ຽງເຂົາສາ!” ພວກສາ­ວົກຈິ່ງທູນວ່າ, “ພວກຂ້າ­ນ້ອຍບໍ່ມີຫຍັງນອກຈາກເຂົ້າ­ຈີ່ຫ້າກ້ອນແລະປາສອງໂຕເທົ່ານັ້ນ ເວັ້ນແຕ່ພວກຂ້າ­ນ້ອຍຈະໄປຊື້ອາຫານສຳ­ລັບຄົນທັງໝົດນີ້.” \v 14 ເພາະ­ວ່າຄົນເຫລົ່າ­ນັ້ນມີຜູ້ຊາຍປະ­ມານຫ້າພັນຄົນ ແລ້ວອົງຊົງສັ່ງພວກສາ­ວົກວ່າ, “ຈົ່ງໃຫ້ຄົນທັງປວງນັ່ງລົງເປັນໝູ່ ໝູ່ລະຫ້າສິບຄົນ.”