\v 21 ເມື່ອຊາຍທີ່ແຂງ­ແຮງຖືອາ­ວຸດຄົບຖ້ວນເຝົ້າເຮືອນຂອງຕົນຢູ່ ສິ່ງຂອງທັງໝົດຂອງລາວກໍປອດໄພ. \v 22 ແຕ່ເມື່ອຊາຍທີ່ແຂງແຮງກວ່າເອົາຊະ­ນະຄົນນັ້ນໄດ້, ຄົນແຂງແຮງກວ່າຈະຍຶດເອົາອາວຸດໄປຈາກເຂົາ ແລະລັກເອົາຊັບສົມບັດຂອງເຂົາໄປເສຍ. \v 23 ຜູ້ໃດບໍ່ຢູ່ຝ່າຍເຮົາ ກໍຕໍ່­ສູ້ກັບເຮົາ ແລະຜູ້ໃດບໍ່ໂຮມເຂົ້າກັບເຮົາກໍເປັນຜູ້ເຮັດໃຫ້ແຕກກະຈາຍໄປ.