\v 22 ແຕ່ພຣະ­ເຢຊູຊົງຮູ້ຄວາມຄຶດຂອງພວກເຂົາ ຈິ່ງຊົງກ່າວຕອບພວກເຂົາວ່າ, “ເປັນຫຍັງພວກທ່ານຈິ່ງຕັ້ງຄຳຖາມນີ້ໃນຫົວໃຈຂອງພວກທ່ານ? \v 23 ອັນໃດຈະງ່າຍກວ່າກັນຫລືກັບການທີ່ຈະວ່າ ‘ຜິດບາບຂອງເຈົ້າໄດ້ຮັບອະ­ໄພແລ້ວ’ ຫລື ‘ຈົ່ງລຸກຂຶ້ນແລະຍ່າງທຽວໄປ?’ \v 24 ແຕ່ເພື່ອທ່ານທັງ­ຫລາຍຈະໄດ້ຮູ້ວ່າ ບຸດມະ­ນຸດມີສິດອຳ­ນາດເທີງແຜ່ນດິນໂລກນີ້ ເພື່ອໃຫ້ອະ­ໄພຄວາມຜິດບາບໄດ້, ເຮົາບອກກັບທ່ານວ່າ “ຈົ່ງລຸກ­ຂຶ້ນຍົກເອົາບ່ອນນອນຂອງເຈົ້າແລະກັບບ້ານຂອງທ່ານ.”