\v 20 ຈາກນັ້ນພຣະ­ອົງຊົງຮຳໜັງ­ສືນັ້ນສົ່ງຄືນໃຫ້ເຈົ້າໜ້າ­ທີ່ ແລະຊົງນັ່ງລົງ. ສາຍຕາຂອງຄົນທັງປວງໃນໂຮງທຳກໍເພ່ງເບິ່ງພຣະອົງ. \v 21 ພຣະ­ອົງຈິ່ງຊົງຕັ້ງ­ຕົ້ນກ່າວກັບພວກເຂົາວ່າ, “ພຣະ­ຄຳພີທີ່ທ່ານໄດ້ຍິນວັນນີ້ໄດ້ສຳເລັດແລ້ວ.” \v 22 ທຸກຄົນທີ່ຢູ່ໃນທີ່ນັ້ນເປັນພະຍານໃນສິ່ງທີ່ພຣະອົງກ່າວ ແລະຕ່າງກໍພາກັນປະ­ຫລາດໃຈກັບຖ້ອຍຄຳແຫ່ງພຣະຄຸນ ຊຶ່ງອອກມາຈາກພຣະໂອດຂອງພຣະ­ອົງ, ເຂົາຈິ່ງເວົ້າກັນວ່າ, “ຄົນຜູ້ນີ້ເປັນລູກໂຢເຊັບບໍ່ແມ່ນຫລື?”