diff --git a/16/18.txt b/16/18.txt new file mode 100644 index 0000000..c6b8a04 --- /dev/null +++ b/16/18.txt @@ -0,0 +1 @@ +\v 18 18“ທຸກຄົນທີ່ຢ່າຮ້າງເມຍຂອງຕົນ ແລ້ວ­ໄປເອົາເມຍໃໝ່ກໍຜິດຖານຫລິ້ນຊູ້ ແລະທຸກຄົນທີ່ເອົາຍິງແມ່­ຮ້າງມາເປັນເມຍກໍຜິດຖານຫລິ້ນຊູ້ເໝືອນກັນ. \ No newline at end of file diff --git a/16/19.txt b/16/19.txt new file mode 100644 index 0000000..6361a9e --- /dev/null +++ b/16/19.txt @@ -0,0 +1 @@ +\v 19 \v 20 \v 21 19“ຍັງມີເສດ­ຖີຄົນໜຶ່ງນຸ່ງຫົ່ມເສື້ອສີ­ມ່ວງອ່ອນແລະຜ້າປ່ານເນື້ອລະ­ອຽດ ປິ­ຕິ­ຍິນ­ດີດ້ວຍອາ­ຫານການກິນຢ່າງປະ­ນີດທຸກ ວັນ. 20ແລະມີຄົນຍາກ­ຈົນຜູ້ໜຶ່ງຊື່ລາ­ຊະ­ໂຣ ເປັນບາດເຕັມ­ຕົວ ທີ່ເຂົາຫາມມາຖິ້ມໄວ້ທີ່ປະ­ຕູບ້ານເສດ­ຖີ. 21ລາ­ຊະ­ໂຣຢາກກິນຂອງທີ່ຕົກຈາກໂຕະຂອງເສດ­ຖີນັ້ນໃຫ້ອີ່ມ ແລະຫລາຍກວ່ານັ້ນໝາກໍຍັງມາເລຍບາດຂອງລາວ. \ No newline at end of file diff --git a/16/22.txt b/16/22.txt new file mode 100644 index 0000000..2cfd616 --- /dev/null +++ b/16/22.txt @@ -0,0 +1 @@ +\v 22 \v 23 22ຢູ່ມາຄົນຍາກ­ຈົນຜູ້ນັ້ນກໍຕາຍ ແລະຝູງເທ­ວະ­ດາໄດ້ຮັບເອົາໄປໄວ້ໃນເອິກຂອງອັບ­ຣາ­ຮາມ ຝ່າຍເສດ­ຖີນັ້ນກໍຕາຍເໝືອນກັນ ແລ້ວເຂົາກໍຝັງໄວ້. 23ເມື່ອຢູ່ໃນແດນມໍ­ລະ­ນາກໍເປັນທຸກເວ­ທະ­ນາຫລາຍ ເສດ­ຖີນັ້ນຈິ່ງເງີຍຕາຂຶ້ນເຫັນອັບ­ຣາ­ຮາມຢູ່ໄກ ແລະເຫັນລາ­ຊະ­ໂຣຢູ່ໃນເອິກຂອງທ່ານ. \ No newline at end of file diff --git a/16/24.txt b/16/24.txt new file mode 100644 index 0000000..996646a --- /dev/null +++ b/16/24.txt @@ -0,0 +1 @@ +\v 24 24“ແລ້ວເສດ­ຖີຈິ່ງຮ້ອງວ່າ ‘ອັບ­ຣາ­ຮາມ ບິ­ດາເອີຍ, ຂໍເອັນ­ດູຂ້າ­ນ້ອຍແດ່­ທ້ອນ ຂໍຈົ່ງໃຫ້ລາ­ຊະ­ໂຣມາ ເພື່ອຈະໄດ້ເອົາປາຍນິ້ວມືຈຸ່ມນ້ຳມາແປະໃສ່ລີ້ນຂ້າ­ນ້ອຍໃຫ້ຊຸ່ມເຢັນດ້ວຍວ່າຂ້າ­ນ້ອຍກຳ­ລັງທົນທຸກ­ທໍ­ລະ­ມານຢູ່ໃນແປວ­ໄຟນີ້’. \ No newline at end of file diff --git a/16/25.txt b/16/25.txt new file mode 100644 index 0000000..e455298 --- /dev/null +++ b/16/25.txt @@ -0,0 +1 @@ +\v 25 \v 26 25ແຕ່ອັບ­ຣາ­ຮາມຕອບວ່າ, ‘ລູກເອີຍ, ເຈົ້າຈົ່ງລະ­ນຶກວ່າເມື່ອເຈົ້າຍັງມີຊີ­ວິດຢູ່ ເຈົ້າໄດ້ຮັບຂອງດີສຳ­ລັບຕົວແລະລາ­ຊະ­ໂຣໄດ້ຮັບຂອງບໍ່ດີ ຢ່າງດຽວກັນນັ້ນແຫລະ, ບັດນີ້ລາ­ຊະ­ໂຣໄດ້ຮັບຄວາມເລົ້າໂລມຢູ່ທີ່ນີ້ ແລະເຈົ້າໄດ້ຮັບຄວາມ­ທຸກທໍ­ລະ­ມານ. 26ນອກນັ້ນອີກ, ລະ­ຫວ່າງພວກເຮົາກັບພວກເຈົ້າຍັງມີເຫວອັນໃຫຍ່ຊຶ່ງຊົງຕັ້ງຂວາງຢູ່ ເພື່ອວ່າຖ້າຜູ້ໃດທີ່ປາດ­ຖະ­ໜາຈະຂ້າມທີ່ນີ້ໄປເຖິງພວກເຈົ້າກໍບໍ່ໄດ້ ຫລືບໍ່ໃຫ້ເຂົາຂ້າມຈາກທີ່ນັ້ນມາເຖິງພວກເຮົາ’. \ No newline at end of file diff --git a/16/27.txt b/16/27.txt new file mode 100644 index 0000000..071be23 --- /dev/null +++ b/16/27.txt @@ -0,0 +1 @@ +\v 27 \v 28 27ເສດ­ຖີນັ້ນຈິ່ງເວົ້າວ່າ ‘ບິ­ດາເອີຍ, ຖ້າຢ່າງນັ້ນ ຂໍທ່ານໃຊ້ລາ­ຊະ­ໂຣໄປຍັງເຮືອນພໍ່ຂອງຂ້າ­ນ້ອຍ. 28ເພາະ­ວ່າຂ້າ­ນ້ອຍມີອ້າຍນ້ອງຫ້າຄົນ ເພື່ອໃຫ້ລາ­ຊະ­ໂຣໄປຕັກ­ເຕືອນເຂົາ ເພາະຢ້ານວ່າເຂົາຈະເຂົ້າມາໃນບ່ອນທໍ­ລະ­ມານນີ້ ເໝືອນກັນ’. \ No newline at end of file diff --git a/16/29.txt b/16/29.txt new file mode 100644 index 0000000..45a3d76 --- /dev/null +++ b/16/29.txt @@ -0,0 +1 @@ +\v 29 \v 30 \v 31 29ແຕ່ອັບ­ຣາ­ຮາມຕອບວ່າ ‘ເຂົາມີໂມ­ເຊແລະພວກຜູ້ປະ­ກາດພຣະ­ທຳແລ້ວ ໃຫ້ເຂົາຟັງຄົນເຫລົ່າ­ນັ້ນສາ’. 30ເສດ­ຖີຈິ່ງຕອບວ່າ ‘ອັບ­ຣາ­ຮາມ ບິ­ດາເອີຍ, ບໍ່ແມ່ນຢ່າງນັ້ນດອກ ແຕ່ຖ້າຄົນໜຶ່ງຈາກໝູ່ຄົນຕາຍໄປຫາເຂົາ ເຂົາຄົງຈະຖິ້ມໃຈເກົ່າເອົາ­ໃຈໃໝ່’. 31ອັບ­ຣາ­ຮາມຈິ່ງຕອບວ່າ ‘ຖ້າເຂົາບໍ່ຟັງໂມ­ເຊແລະພວກຜູ້ປະ­ກາດພຣະ­ທຳ ເຖິງຈະມີຄົນໜຶ່ງຄືນມາຈາກຕາຍ ເຂົາກໍບໍ່ຍອມເຊື່ອເໝືອນກັນ’.” \ No newline at end of file