2019-08-11 15:01:17 +00:00
|
|
|
\v 5 ໃນລັດຊະການຂອງເຮໂຣດກະສັດເມືອງຢູດາຍ ມີປະໂລຫິດຕົນໜຶ່ງຊື່ຊາຂາຣີຢາ ຈາກກອງອາບີຢາ ແລະພັນລະຍາຂອງຊາຂາຣີຢາຢູ່ໃນເຊື້ອສາຍອາໂຣນ ນາງຊື່ເອລີຊາເບັດ. \v 6 ພວກເຂົາທັງສອງເປັນຄົນຊອບທຳຕໍ່ພຣະພັກພຣະເຈົ້າ. ທັງສອງເຊື່ອຟັງຕາມຄຳສັ່ງແລະຂໍ້ບັນຍັດທັງຫລາຍຂອງອົງພຣະຜູ້ເປັນເຈົ້າທຸກປະການ. \v 7 ເພາະເອລີຊາເບັດເປັນຍິງໝັນ ແລະເຂົາທັງສອງກໍແກ່ຊະລາຫຼາຍແລ້ວໃນເວລານັ້ນ.
|