\v 43 “ເພາະບໍ່ຫ່ອນມີຕົ້ນໄມ້ດີເກີດຜົນຊົ່ວ ແລະຕົ້ນຊົ່ວບໍ່ຫ່ອນເກີດຜົນດີ. \v 44 ເພາະວ່າຈະຮູ້ຈັກຕົ້ນໄມ້ທຸກຕົ້ນໄດ້ກໍເພາະຜົນຂອງມັນ ເຫດວ່າເຂົາບໍ່ຫ່ອນເກັບໝາກເດື່ອເທດຈາກຕົ້ນມີໜາມ ແລະບໍ່ຫ່ອນເກັບໝາກອະງຸ່ນຈາກພຸ່ມມີໜາມເຊັ່ນກັນ.