lo_jos_tn_l3/07/10.txt

30 lines
3.8 KiB
Plaintext

[
{
"title": "ຂໍ້ມູນທົ່ວໄປ:",
"body": "ພຣະຢາເວ ບອກໂຢຊວຍວ່າເປັນຫຍັງອິດສະຣາເອນຖືກສາບແຊ່ງ."
},
{
"title": "ເປັນຫຍັງທ່ານນອນຢູ່ເທິງໃບຫນ້າຂອງທ່ານ?",
"body": "ພຣະເຈົ້າໃຊ້ ຄຳຖາມນີ້ ເພື່ອຕຳນິຕິຕຽນໂຢຊວຍ ຍ້ອນນອນຢູ່ເທິງຫນ້າຂອງລາວ. ອາດຈະແປໄດ້ອີກວ່າ: \"ຢຸດນອນຢູ່ບ່ອນນັ້ນດ້ວຍໃບຫນ້າ ຂອງທ່ານໃນບ່ອນທີ່ເປື້ອນ!\" (ເບິ່ງເພີ່ມເຕີມ: figs_rquestion)"
},
{
"title": "ພວກເຂົາໄດ້ລັກບາງສິ່ງທີ່ແຍກໄວ້ ",
"body": "ນີ້ແມ່ນສິ່ງທີ່ຖືກຫມາຍໄວ້ ສຳລັບການທຳລາຍໃນຂໍ້ 6:17. ອາດຈະແປໄດ້ອີກວ່າ: \"ສິ່ງທີ່ຖືກສາບແຊ່ງ\" ຫລື \"ສິ່ງທີ່ພຣະເຈົ້າໄດ້ສາບແຊ່ງ\""
},
{
"title": "ພວກເຂົາໄດ້ລັກເອົາມາ ແລະ ປິດອຳໄວ້ ໂດຍໄດ້ວາງສິ່ງທີ່ໄດ້ລັກເອົາມາ",
"body": "ການເຊື່ອງບາບຂອງເຂົາເຈົ້າຫມາຍເຖິງ ການພະຍາຍາມເຮັດໃຫ້ຄົນອຶ່ນບໍ່ຮູ້ວ່າເຂົາໄດ້ເຮັດບາບ. ອາດຈະແປໄດ້ອີກວ່າ: \"ພວກເຂົາໄດ້ລັກສິ່ງເຫລົ່ານັ້ນ, ແລະຫລັງຈາກນັ້ນພວກເຂົາໄດ້ພະຍາຍາມທີ່ຈະບໍ່ເຮັດໃຫ້ຄົນຮູ້ວ່າພວກເຂົາໄດ້ເຮັດບາບ\" (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ບໍ່ສາມາດຕໍ່ສູ້ເຫລົ່າສັດຕຣູຂອງພວກເຂົາໄດ້",
"body": "ຢືນຢູ່ຕໍ່ຫນ້າສັດຕຣູຂອງພວກເຂົາ ຫມາຍເຖິງຕໍ່ສູ້ກັບສັດຕຣູຂອງພວກເຂົາຢ່າງສຳເລັດຜົນ. ອາດຈະແປໄດ້ອີກວ່າ: \"ບໍ່ສາມາດຕໍ່ສູ້ກັບສັດຕຣູຂອງພວກເຂົາໄດ້ຢ່າງປະສົບຜົນສຳເລັດ\" ຫລື\"ບໍ່ສາມາດເອົາຊະນະສັດຕຣູຂອງພວກເຂົາໄດ້\" (ເບິ່ງເພີ່ມເຕີມ: figs_metonymy)"
},
{
"title": "ພວກເຂົາຫັນຫລັງໃຫ້ພວກສັດຕຣູ ຂອງພວກເຂົາ",
"body": "ເຮັດສິ່ງນີ້ສະແດງເຖິງການແລ່ນຫນີຈາກສັດຕຣູຂອງພວກເຂົາ. ອາດຈະແປໄດ້ອີກວ່າ: \"ພວກເຂົາໄດ້ຫນີຈາກສັດຕຣູຂອງພວກເຂົາ\" (ເບິ່ງເພີ່ມເຕີມ: figs_metonymy)"
},
{
"title": "ເຮົາຈະບໍ່ຢູ່ກັບພວກເຈົ້າອີກຕໍ່ໄປ",
"body": "ການຢູ່ກັບອິິດສະຣາເອນສະແດງໃຫ້ເຫັນການຊ່ວຍເຫລືອອິດສະຣາເອນ. ອາດຈະແປໄດ້ອີກວ່າ: \"ເຮົາຈະບໍ່ຊ່ວຍເຈົ້າອີກຕໍ່ໄປ\" (ເບິ່ງເພີ່ມເຕີມ: figs_metonymy)"
}
]