lo_jos_tn_l3/07/08.txt

26 lines
4.0 KiB
Plaintext

[
{
"title": "ຂໍ້ມູນທົ່ວໄປ:",
"body": "ໂຢຊວຍສະແດງຄວາມຜິດຫວັງຕໍ່ພຣະເຈົ້າ."
},
{
"title": "ຂ້ານ້ອຍກ່າວຫຍັງໄດ້ແດ່ຫລັງຈາກທີ່ອິດສະຣະເອນໄດ້ຫັນຫລັງໃຫ້ບັນດາສັດຕຣູຂອງພວກເຂົາ? ",
"body": "ໂຢຊວຍກ່າວສິ່ງນີ້ເພື່ອສະແດງເຖິງຄວາມເສົ້າສະຫລົດໃຈທີ່ລາວບໍ່ຮູ້ວ່າຈະເວົ້າຫຍັງ. ອາດຈະແປໄດ້ອີກວ່າ: \"ຂ້ານ້ອຍບໍ່ຮູ້ວ່າຈະເວົ້າຫຍັງ. ອິດສະຣາເອນໄດ້ຫັນຫລັງຕໍ່ຫນ້າສັດຕູຂອງພວກເຂົາ.\" (ເບິ່ງເພີ່ມເຕີມ: figs_rquestion)"
},
{
"title": "ອິດສະຣະເອນໄດ້ຫັນຫລັງໃຫ້ບັນດາສັດຕຣູຂອງພວກເຂົາ",
"body": "ເຮັດສິ່ງນີ້ສະແດງເຖິງການແລ່ນຫນີຈາກສັດຕູຂອງພວກເຂົາ. ອາດຈະແປໄດ້ອີກວ່າ: \"ອິດສະຣາເອນໄດ້ຫນີຈາກສັດຕູຂອງພວກເຂົາ\" (ເບິ່ງເພີ່ມເຕີມ: figs_metonymy)"
},
{
"title": "ພວກເຂົາຈະລ້ອມພວກຂ້ານ້ອຍ ແລະ ກະທຳໃຫ້ປະຊາຊົນຂອງແຜ່ນດິນໂລກລືມຊື່ພວກຂ້ານ້ອຍ",
"body": "ການເຮັດໃຫ້ຄົນລືມຊື່ຂອງປະຊາຊົນອິດສະຣາເອນຫມາຍເຖິງເຮັດໃຫ້ພວກເຂົາລືມຄົນອິດສະຣາເອນ. ໃນກໍລະນີນີ້ພວກເຂົາຈະເຮັດໂດຍການຂ້າຊາວອິດສະຣາເອນ. ອາດຈະແປໄດ້ອີກວ່າ: \"ພວກເຂົາຈະລ້ອມພວກເຮົາ ແລະ ຂ້າພວກເຮົາ, ແລະ ປະຊາຊົນໃນທົ່ວໂລກຈະລືມພວກເຮົາ\" (ເບິ່ງເພີ່ມເຕີມ: figs_metonymy ແລະ figs_explicit)"
},
{
"title": "ພຣະນາມອັນຍິ່ງໃຫຍ່ຂອງພຣະອົງ",
"body": "ວະລີທີ່ວ່າ \"ຊື່ສຽງອັນຍິ່ງໃຫຍ່ຂອງທ່ານ\" ໃນນີ້ສະແດງເຖິງຊື່ສຽງ ແລະ ອຳນາດຂອງພຣະເຈົ້າ. ອາດຈະແປໄດ້ອີກວ່າ: \"ແລະທ່ານຈະເຮັດຫຍັງເພື່ອໃຫ້ປະຊາຊົນຮູ້ວ່າທ່ານເປັນຄົນທີ່ຍິ່ງໃຫຍ່\" (ເບິ່ງເພີ່ມເຕີມ: figs_metonymy)"
},
{
"title": "ພຣະອົງຈະກະທຳຢ່າງໃດເພື່ອພຣະນາມອັນຍິ່ງໃຫຍ່ຂອງພຣະອົງ?",
"body": "ໂຢຊວຍໃຊ້ ຄຳຖາມນີ້ເພື່ອເຕືອນພຣະເຈົ້າວ່າ ຖ້າປະຊາຊົນອິດສະຣາເອນຖືກທຳລາຍ, ຄົນອຶ່ນໆຈະຄິດວ່າພຣະເຈົ້າບໍ່ຍິ່ງໃຫຍ່. ອາດຈະແປໄດ້ອີກວ່າ: \"ຫລັງຈາກນັ້ນຈະບໍ່ມີສິ່ງໃດທີ່ທ່ານສາມາດເຮັດ ເພື່ອຊື່ສຽງອັນຍິ່ງໃຫຍ່ຂອງທ່ານ.\" ຫລື \"ຫລັງຈາກນັ້ນປະຊາຊົນຈະບໍ່ຮູ້ວ່າທ່ານເປັນຄົນທີ່ຍິ່ງໃຫຍ່.\" (ເບິ່ງເພີ່ມເຕີມ: figs_rquestion ແລະ figs_explicit)"
}
]