lo_jos_text_ulb_l3/20/05.txt

1 line
1.4 KiB
Plaintext

\v 5 ແລະຈະພະຍາຍາມແກ້ແຄ້ນແທນເລືອດ ຂອງບຸກຄົນຜູ້ໄດ້ຖືກຂ້າ. ແລ້ວປະຊາຊົນຂອງເມືອງຈະຕ້ອງບໍ່ມອບຄົນນັ້ນທີ່ໄດ້ຂ້າເຂົາແກ່ເຈົ້າຫນ້າທີ່ເຫລົ່ານັ້ນ, ພວກເຂົາຈະຕ້ອງບໍ່ເຮັດຢ່າງນີ້ເພາະວ່າເຂົາໄດ້ຂ້າເພື່ອນບ້ານຂອງເຂົາໂດຍບໍ່ໄດ້ເຈດຕະນາ. ແລະບໍ່ແມ່ນຍ້ອນຄວາມຄຽດແຄ້ນແຕ່ຢ່າງໃດ. \v 6 ເຂົາຈະຕ້ອງອາໄສຢູ່ໃນເມືອງນັ້ນຈົນກວ່າເຂົາຈະໄດ້ຢືນຕໍ່ຫນ້າການປະຊຸມເພື່ອການພິພາກສາ ຈົນກວ່າຜູ້ທີ່ເຮັດຫນ້າທີ່ມະຫາປະໂຣຫິດໃນເວລານັ້ນຈະເຖິງແກ່ຄວາມຕາຍ. ແລ້ວຄົນນັ້ນທີ່ໄດ້ຂ້າບຸກຄົນໂດຍອຸປະຕິເຫດ ອາດຈະໄດ້ກັບໄປຍັງເມືອງຂອງຕົນ ແລະໄປບ້ານຂອງຕົນໄປຍັງເມືອງທີ່ເຂົາຈາກມານັ້ນໄດ້.