lo_jos_text_ulb_l3/17/16.txt

1 line
1.6 KiB
Plaintext

\v 16 ພວກເຊື້ອສາຍຂອງໂຢເຊັບໄດ້ກ່າວວ່າ "ແດນເນີນພູເຫລົ່ານີ້ກໍບໍ່ພຽງພໍສຳລັບພວກເຮົາ ແຕ່ຄົນການາອານຜູ້ທີ່ຢູ່ຕາມທົ່ງພຽງມີລົດຮົບເຫລັກແລະທັງພວກທີ່ຢູ່ໃນເບັດເຊອານແລະຫມູ່ບ້ານລອບໆແລະພວກທີ່ຢູ່ໃນຮ່ອມພູຢິດຊະເຣນ". \v 17 ແລ້ວໂຢຊວຍຈຶ່ງໄດ້ກ່າວແກ່ວົງວານຂອງໂຢເຊັບຄື ເອຟຣາອິມແລະມານາເຊວ່າ "ພວກທ່ານທີ່ມີປະຊາຊົນຈຳນວນຫລາຍ ແລະພວກທ່ານມີກຳລັງເຂັ້ມແຂງ ພວກທ່ານຈະຕ້ອງບໍ່ໄດ້ມີສ່ວນແບ່ງພຽງສ່ວດຽວຄືດິແດນທີ່ໄດ້ຈັດສັນໃຫ້ພວກທ່ານແລ້ວ. \v 18 ດິນແດນເນີນພູກໍຈະເປັນຂອງທ່ານ ເຖິງແມ່ນວ່າເປັນປ່າ ໃຫ້ທ່ານຈົ່ງຖາງໃຫ້ແປນແລະຢຶດຄອງໄປສຸດເຂດແດນ.ທ່ານຈະຂັບໄລ່ພວກການາອານໃຫ້ອອກໄປ, ແມ່ນວ່າພວກເຂົາຈະມີລົດມ້າເຫລັກແລະເຖິງແມ່ນວ່າພວກເຂົາຈະແຂງແຮງກໍຕາມ".