lo_jos_text_ulb_l3/17/03.txt

1 line
1.2 KiB
Plaintext

\v 3 ບັດນີ້ເຊໂລເຟຮັດ, ລູກຊາຍຂອງເຮເຟ, ລູກຊາຍຂອງກີເລອາດ, ລູກຊາຍຂອງມາກີ, ລູກຊາຍຂອງມານາເຊ, ເຊໂລເຟຮັດບໍ່ມີລູກຊາຍມີແຕ່ລູກສາວ ຊື່ລູກຂອງເຂົາຄື: ມາຮະລາ, ໂນອາ, ໂຮກະລາ, ມີລະກາ, ແລະຕີຣະຊາ. \v 4 ພວກເຂົາໄດ້ເຂົ້າມາຫາ ເອເລອາຊາ, ປະໂຣຫິດໂຢຊວຍລູກຊາຍຂອງນູນແລະພວກຜູ້ນຳ ພວກເຂົາໄດ້ກ່າວວ່າ "ພຣະຢາເວ, ໄດ້ສັ່ງໂມເຊໃຫ້ຍົກມໍລະດົກໃຫ້ກັບເຮົາເຊັ່ນດຽວກັບພີ່ນ້ອງຂອງເຮົາ".ດັ່ງນັ້ນເພື່ອປະຕິບັດຕາມຄຳສັ່ງຂອງພຣະຢາເວ ເຂົາໄດ້ໃຫ້ມໍລະດົກແກ່ພວກຜູ້ຍິງເຫລົ່ານັ້ນທ່າມກາງພວກພີ່ນ້ອງຂອງພໍ່ຂອງພວກເຂົາ.