lo_jos_text_ulb_l3/10/36.txt

1 line
1.1 KiB
Plaintext

\v 36 ແລ້ວໂຢຊວຍພ້ອມກັບພວກອິດສະຣາເອນທັງຫມົດກໍຂຶ້ນໄປຈາກເມືອງເອກໂລນມາເຖິງເມືອງເຮັບໂຣນ. ພວກເຂົາກໍໄດ້ເຂົ້າລ້ອມແລະເຂົ້າໂຈມຕີເມືອງນັ້ນ. \v 37 ພວກເຂົາກໍຢຶດເມືອງນັ້ນແລ້ວກໍໄດ້ຂ້າກະສັດແລະຫມູ່ບ້ານໂດຍຮອບ ພວກເຂົາທຳລາຍທຸກສິ່ງທຸກຢ່າງທີ່ມີຊີວິດໃນເມືອງນັ້ນຢ່າງລາບຄາບ.ບໍ່ໃຫ້ເຫລືອຜູ້ໃດລອດຊີວິດ.ເຊັ່ນດຽວກັບທີ່ໂຢຊວຍໄດ້ເຮັດກັບເມືອງເອກໂລນ ເພິ່ນໄດ້ທຳລາຍເມືອງນັ້ນແລະສິ່ງທີ່ມີຊີວິດທຸກຢ່າງໃນເມືອງນັ້ນ.