lo_jos_text_ulb_l3/10/31.txt

1 line
759 B
Plaintext

\v 31 ແລ້ວໂຢຊວຍແລະພວກອິດສະຣາເອນທັງຫມົດກໍອອກຈາກເມືອງລິບນາມາເຖິງເມືອງລາກິດເຂົາຕັ້ງຄ້າຍໃກ້ເມືອງແລະກໍເຂົ້າໂຈມຕີ. \v 32 ພຣະຢາເວໄດ້ປະທານລາກິດໃຫ້ຢູ່ໃນມືຂອງອິດສະຣາເອນ ໂຢຊວຍກໍໄດ້ຢຶດເມືອງໃນວັນທີສອງ ເພິ່ນໄດ້ລົງມືກັບທຸກສິ່ງໃນເມືອງນັ້ນດ້ວຍດາບ ເຊັ່ນດຽວກັບທີ່ເພິ່ນໄດ້ເຮັດກັບລິບນາ.