lo_jos_text_ulb_l3/10/29.txt

1 line
907 B
Plaintext

\v 29 ໂຢຊວຍແລະອິດສະຣາເອນທັງຫມົດກໍໄດ້ອອກຈາກມັກເກດາມາເຖິງເມືອງລິບນາ ເຂົາໄດ້ໄປສູ້ຮົບກັບລິບນາ. \v 30 ພຣະຢາເວ, ໄດ້ມອບເມືອງນີ້ໄວ້ໃນມືຂອງອິດສະຣາເອນ ເຊັ່ນດຽວກັບກະສັດຂອງພວກເຂົາ ໂຢຊວຍໄດ້ລົງມືໂຈມຕີທຸກສິ່ງທີ່ມີຊີວິດດ້ວຍດາບ. ເພິ່ນ ບໍ່ໄດ້ປ່ອຍໃຫ້ໃຜລອດຊີວິດ ເພິ່ນໄດ້ເຮັດກັບກະສັດຂອງເມືອງນີ້ເຊັ່ນດຽວກັບທີ່ເພິ່ນໄດ້ເຮັດກັບກະສັດແຫ່ງເຢຣີໂກ.