lo_jos_text_ulb_l3/10/26.txt

1 line
929 B
Plaintext

\v 26 ແລ້ວໂຢຊວຍໄດ້ລົງມືແລະໄດ້ຂ້າພວກກະສັດ ເພິ່ນໄດ້ແຂວນພວກເຂົາໄວ້ເທິງຕົ້ນໄມ້ຫ້າຕົ້ນຈົນຮອດຄຳ່. \v 27 ເມື່ອຕາເວັນຕົກດິນ ໂຢຊວຍໄດ້ມີຄຳສັ່ງ ແລະພວກເຂົາໄດ້ນຳເອົາສົບກະສັດເຫລົ່ານັ້ນລົງມາຈາກຕົ້ນໄມ້, ແລະກໍໄດ້ໂຍນເຂົ້າໄປໃນຖຳ້ທີ່ພວກເຂົາເຄີຍຫລົບລີ້ຢູ່ກ່ອນນັ້ນ ແລ້ວປາກຖຳ້ກໍຖືກປິດດວ້ຍຫີນກ້ອນໃຫຍ່ ກ້ອນຫີນເຫລົ່ານັ້ນຍັງຢູ່ທີ່ນັ້ນຈົນເຖິງທຸກວັນນີ້.