lo_jos_text_ulb_l3/08/27.txt

1 line
643 B
Plaintext

\v 27 ພວກອິດສະຣະເອນພຽງແຕ່ເອົາຝູງສັດລ້ຽງແລະເຂົ້າຂອງ ຂອງເມືອງນັ້ນໄປເປັນຂອງພວກເຂົາ ຕາມທີ່ພຣະຢາເວ, ໄດ້ຊົງສັ່ງໂຢຊວຍໄວ້ນັ້ນ. \v 28 ໂຢຊວຍຈຶ່ງເຜົາເມືອງອາອີ ແລະເຮັດໃຫ້ເປັນຊາກເພພັງຢູ່ເປັນນິດ ມັນໄດ້ເປັນສະຖານທີ່ຫວ່າງເປົ່າມາຈົນເຖິງທຸກວັນນີ້.