lo_jos_text_ulb_l3/08/24.txt

1 line
1.2 KiB
Plaintext

\v 25 \v 24 ເມື່ອອິດສະຣະເອນ ໄດ້ຂ້າສັດຕູໃນເມືອງອາອີທຸກຄົນ ໃນຖິ່ນແຫ້ງແລ້ງກັນດານທີ່ພວກເຂົາໄລ່ຕາມໄປນັ້ນ ແລະເມື່ອຄົນເຫລົ່ານັ້ນທັງຫມົດຈົນເຖິງຄົນສຸດທ້າຍ ໄດ້ລົ້ມຕາຍດ້ວຍຄົມດາບ.ພວກອິດສະຣະເອນກໍໄດ້ກັບມາ ທີ່ເມືອງອາອີແລະຂ້າທຸກຄົນຖິ້ມ.\v 25 ພວກຄົນເຫລົ່ານັ້ນທີ່ຖືກຂ້າໃນວັນນັ້ນ ທັງຜູ້ຊາຍແລະຜູ້ຍິງມີຈຳນວນທັງຫມົດສິບສອງພັນຄົນ, ຄືຊາວເມືອງອາອີ. \v 26 ໂຢຊວຍຍັງສືບຕໍ່ຊີ້ຫອກຂອງຕົນໄປສູ່ເມືອງອາອີ ຈົນກວ່າເຂົາຈະໄດ້ທຳລາຍປະຊາຊົນຂອງເມືອງອາອີໃຫ້ພິນາດຫມົດ.