lo_jos_text_ulb_l3/08/13.txt

1 line
995 B
Plaintext

\v 13 ພວກເຂົາກໍໄດ້ຈັດກອງກຳລັງທະຫານທັງຫມົດ ໃຫ້ກອງທັບຫລັກຢູ່ດ້ານເຫນືອຂອງເມືອງ ແລະພວກທັບຫລັງໃຫ້ຢູ່ດ້ານຕາເວັນອອກຂອງເມືອງ. ໂຢຊວຍໄດ້ຄ້າງຄືນຢູ່ໃນຮ່ອມພູ. \v 14 ຕໍ່ມາເມື່ອກະສັດແຫ່ງເມືອງອາອີເຫັນດັ່ງນັ້ນ ເພິ່ນແລະກອງທັບຂອງເພິ່ນກໍຕື່ນແຕ່ເຊົ້າແລະຟ້າວອອກໄປ ໂຈມຕີອິດສະຣະເອນທີ່ສະຖານທີ່ຫັນໄປທາງຮ່ອມພູແຫ່ງແມ່ນຳ້ຈໍແດນ ເພິ່ນບໍ່ຮູ້ວ່າຈະຖືກຫລອນໂຈມຕີທາງດ້ານຫລັງຂອງເມືອງ.