lo_jos_text_ulb_l3/08/10.txt

1 line
1.1 KiB
Plaintext

\v 10 ໂຢຊວຍໄດ້ຕື່ນຂຶ້ນຕອນເຊົ້ແຕ່ເດິກໆ ແລະໃຫ້ທະຫານຂອງເຂົາຕຽມພ້ອມ ຄືໂຢຊວຍແລະພວກຜູ້ນຳຂອງອິດສະຣະເອນ ແລະພວກເຂົາໄດ້ເຂົ້າໂຈມຕີປະຊາຊົນຂອງເມືອງອາອີ. \v 11 ທະຫານທັງຫມົດທີ່ຢູ່ກັບເພິ່ນ ໄດ້ມຸ້ງຫນ້າໄປຍັງເມືອງ ພວກເຂົາໄດ້ເຂົ້າໃກ້ເມືອງແລະຕັ້ງຄ້າຍຢູ່ດ້ານທິດເຫນືອຂອງເມືອງອາອີ ມີຮ່ອມພູຂັ້ນລະຫວ່າງ ພວກເຂົາກັບເມືອງອາອີ. \v 12 ເພິ່ນໄດ້ນຳຜູ້ຊາຍປະມານຫ້າພັນຄົນ ແລະໃຫ້ພວກເຂົາລີ້ຢູ່ທາງທິດຕາເວັນຕົກຂອງເມືອງ ລະຫວ່າງເບັດເອນແລະເມືອງອາອີ.